ສປ ຈີນ ເປີດປີແລກປ່ຽນວັດທະນະທຳ ຈີນ-ອາຊຽນ 2024
ວິທະຍຸສາກົນ CRI ແຫ່ງ ສປ ຈີນ ໄດ້ເຜີຍແຜ່ວັນທີ 5 ກຸມພາ 2024 ຜ່ານມານີ້ວ່າ: ພິທີເປີດປີແລກປ່ຽນວັດທະນະທຳ ຈີນ-ອາ
ຊຽນ 2024 ໄດ້ຈັດຂຶ້ນຢູ່ນະຄອນ ຟູໂຈ່ວ ແຂວງຟູຈ້ຽນ. ໃນໂອກາດນີ້ ທ່ານ ຫລີ ສຽງ ນາຍົກລັດຖະມົນຕີແຫ່ງ ສປ ຈີນ ແລະ ທ່ານ ສອນ
ໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງພິທີເປີດງານດັ່ງກ່າວ.
ມີບັນດາບຸກຄົນສຳຄັນທາງການເມືອງຂອງປະເທດສະມາຊິກອາຊຽນ, ທູຕານຸທູດ ປະຈຳ ສປ ຈີນ, ຜູ້ຮັບຜິດຊອບອົງການຈັດຕັ້ງມິດຕະ
ພາບ ພ້ອມດ້ວຍຜູ້ຕາງໜ້າຈາກວົງການເສດຖະກິດ, ຄັງປັນຍາ, ສື່ມວນຊົນ, ເມືອງແຮກສ່ຽວ ແລະ ອື່ນໆ 300 ກວ່າຄົນ.
ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວຄຳປາໄສ ໃນພິທີເປີດວ່າ: ເຊື່ອໝັ້ນວ່າຜ່ານກົນໄກທີ່ມີປະ
ສິດທິຜົນ ແລະ ການຮ່ວມມືທີ່ແໜ້ນແຟ້ນລະຫວ່າງ ອາຊຽນ-ຈີນ, ສອງຝ່າຍ ຈະໄດ້ຮັບຜົນສຳເລັດໃນການຮ່ວມມືຫຼາຍຂຶ້ນກວ່າເກົ່າ, ພ້ອມ
ທັງເຮັດໃຫ້ພາກພື້ນ ອາຊຽນ-ຈີນ ກາຍເປັນພາກພື້ນທີ່ມີການແລກປ່ຽນດ້ານວັດທະນະທຳ ແລະ ມີການເຊື່ອມໂຍງເຊື່ອມຈອດກັນທີ່ສະໜິດ
ແໜ້ນ ແລະ ຈະເລີນຮຸ່ງເຮືອງຍິ່ງຂຶ້ນກວ່າເກົ່າ. ເດືອນກັນຍາປີ 2023, ຜູ້ນຳຈີນ-ອາຊຽນ ໄດ້ເປັນເອກະພາບກັນກຳນົດປີ 2024 ເປັນປີແລກ
ປ່ຽນວັດທະນະທຳ ຈີນ-ອາຊຽນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 08/02/2024